On April 11st, 2023, Ta Bin (Lao) Pak Bang Hydropower Co., Ltd. donated a number of items and resources for distribution amongst the poor people around Champa village, situated in the Sikottabong District of the capital city of Vientiane. The company realized that a number of people in Champa Village are still very poor – and motivated by Buddhist-Socialist morality – they mobilized all the company’s employees to contribute both materials and resources!
This included clothes, shoes, soccer balls, baskets of food and learning materials such as pens and writing books, etc. On the occasion of the handing over the donations to the village Administration – the person in charge of the company pointed out that the outbreak of the Covid-19 disease has created difficulties for the lives of ordinary people. Seeing this difficulty, the company, which has been investing in Laos for more than 10 years, wanted to contribute to the socio-economic (Socialist) development of Laos society!
Laos Language Article:
https://kpl.gov.la/detail.aspx?id=72496
ບໍລິສັດ ຕ້າຖັງ (ລາວ) ໄຟຟ້ານ້ຳຕົກປາກແບງ ມອບວັດຖຸ-ປັດໄຈ ໃຫ້ປະຊາຊົນຜູ້ທຸກຍາກ
11/04/2023 16:12
ຂປລ. ໃນວັນທີ 11 ເມສາ 2023 ນີ້, ບໍລິສັດ ຕ້າຖັງ (ລາວ) ໄຟຟ້ານ້ຳຕົກປາກແບງ ຈຳກັດ ໄດ້ມອບເຄືື່ອງ ແລະ ປັດໄຈຈຳນວນໜຶ່ງ ເພື່ອແບ່ງເບົາ ແລະ ອວຍພອນປີໃໝ່ໃຫ້ແກ່ປະຊາຊົນຜູ້ທີ່ທຸກຍາກ ທີ່ບ້ານຈຳປາ ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ.
ໂດຍບໍລິສັດໄດ້ຮັບຮູ້ວ່າ ປະຊາຊົນຈໍານວນໜຶ່ງໃນບ້ານຈຳປາ ຍັງມີຄວາມທຸກຍາກ ຈຶ່ງໄດ້ລະ ດົມພະນັກງານຂອງບໍລິສັດທັງໝົດ ໃຫ້ພ້ອມກັນປະກອບສ່ວນທັງວັດຖຸ ແລະ ປັດໄຈ ເຊິ່ງສາມາດລະ ດົມໄດ້ຈຳນວນໜຶ່ງປະກອບມີ: ເຄື່ອງນຸ່ງ, ເກີບ, ບານເຕະ, ກະຕໍ້ ແລະ ອຸປະກອນການຮຽນເຊັ່ນ: ບິກ ແລະ ປຶ້ມຂຽນ ໂດຍໄດ້ມອບໃຫ້ອຳນາດການປົກຄອງບ້ານຈຳປາ ນຳໄປແຈກຢາຍໃຫ້ແກ່ປະຊາຊົນພາຍໃນບ້ານຕໍ່ໄປ.
ໃນໂອກາດມອບເຄື່ອງແກ່ອຳນາດການປົກຄອງບ້ານຄັ້ງນີ້, ຜູ້ຮັບຜິດຊອບຂອງບໍລິສັດດັ່ງກ່າວ ໄດ້ຍົກໃຫ້ເຫັນວ່າ: ການລະບາດພະຍາດ ໂຄວິດ-19 ໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນຫລາຍສົມຄວນ. ເມື່ອເຫັນເຖິງຄວາມຫຍຸ້ງຍາກດັ່ງກ່າວ ບໍລິສັດ ໃນຖານະທີ່ເຂົ້າມາລົງ ທຶນ ຢູ່ປະເທດລາວຫລາຍກວ່າ 10 ປີ ຈຶ່ງຢາກປະກອບສ່ວນຊ່ວຍເຫລືອສັງຄົມຕາມພັນທະທີ່ບໍລິສັດມີ ເພື່ອຊ່ວຍເຫລືອປະຊາຊົນຜູ້ທຸກຍາກ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ພ້ອມກັນປະກອບສ່ວນພັດທະນາເສດຖະກິດສັງຄົມ-ສັງຄົມຕໍ່ໄປ.