When women (and young people) do not have access to reproductive health information and services, family planning problems and higher rates of unintended pregnancy results – leading toward unsafe abortions and subsequent maternal and child health problems! Therefore, proper family planning is required to reduce the death rate of mothers and children.
Ms. Duangta Leung Vilai, Deputy Director of Public Health Department of Borikhamxay Province – who is in charge of sanitation and health promotion – gave an interview recently:
The Public Health Department of Borikhamxay Province has implemented sanitation and health promotional work, especially in the area of reproductive health work. This policy has been active in integrating mother and childcare work by providing services at provincial hospitals, district hospitals, and small hospitals. In addition, they have been moving to the villages 6 times a year with a focus on spreading information, knowledge about reproductive health – working simultaneously to target people and relevant groups in general – with the intention of reducing the death rate of mothers and children every year. However, family planning in the provinces still has a low uptake rate, with women getting pregnant and giving birth at a young age. Access to the target group of young people in providing knowledge about reproductive health and prevention of pregnancy and about sex education is currently not implemented as well as it should be.
According to the World Population Status report in 2022, it shows the impact on reproductive health around the world and in the Laos People’s Democratic Republic (PDR), where unintended pregnancy is up 61% – often ending unwanted pregnancy with abortion. This leads to increased maternal and child mortality – and is associated with increased gender-based violence.
News-image: Akita.
Laos Language Text:
https://kpl.gov.la/detail.aspx?id=77292
ການວາງແຜນຄອບຄົວ ຊ່ວຍຫລຸດ ຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ
ຂປລ. ແມ່ຍິງ ແລະ ໄວໜຸ່ມ ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການທາງດ້ານສຸະພາບຈະເລີນ, ການວາງແຜນຄອບຄົວ ເຮັດໃຫ້ມີບັນຫາ ແລະ ອັດຕາການຖືພາ ທີ່ບໍ່ຕັ້ງໃຈ ທີ່ສູງຂຶ້ນ ເຊິ່ງຈະນຳໄປສູ່ການ ເອົາລູກອອກທີ່ບໍ່ປອດໄພ ແລະ ບັນຫາສຸຂະພາບຂອງແມ່ ແລະ ເດັກນ້ອຍທີ່ຕາມມາ. ສະນັ້ນ, ການວາງແຜນຄອບຄົວ ທີ່ຖືກຕ້ອງ ຈະຊ່ວຍຫລຸດຜ່ອນ ອັດຕາການຕາຍຂອງ ແມ່ ແລະ ເດັກໄດ້.
ທ່ານ ນາງ ດວງຕາ ເລືອງວິໄລ ຮອງຫົວໜ້າພະແນກ ສາທາລະນະສຸກ ແຂວງບໍລິຄຳໄຊ, ຜູ້ຊີ້ນຳວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ໃຫ້ສຳພາດເມື່ອບໍ່ດົນນີ້ວ່າ: ພະແນກ ສາທາລະນະສຸກ ແຂວງບໍລິຄຳໄຊ ໄດ້ຈັດຕັ້ງປະຕິບັດວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ໂດຍສະເພາະ ແມ່ນວຽກງານສຸຂະພາບຈະເລີນພັນ, ມາຮອດປັດຈຸບັນ ໄດ້ເຄື່ອນໄຫວ ເຊື່ອມສານ ວຽກງານດັ່ງກ່າວເຂົ້າກັບວຽກແມ່ ແລະ ເດັກ ໂດຍການໃຫ້ບໍລິການກັບທີ່ ຢູ່ໂຮງໝໍແຂວງ, ໂຮງໝໍເມືອງ, ໂຮງໝໍນ້ອຍ. ນອກນັ້ນ, ກໍໄດ້ເຄື່ອນທີ່ລົງບ້ານເຊື່ອມສານ 6 ຄັ້ງຕໍ່ປີ ໂດຍເນັ້ນໃສ່ ໂຄສະນາເຜີຍແຜ່ຂໍ້ມູນ, ຄວາມຮູ້ກ່ຽວກັບວຽກງານ ສຸຂະພາບຈະເລີນພັນ ໄປພ້ອມໆກັນ ໃຫ້ແກ່ປະຊາຊົນ ແລະ ກຸ່ມເປົ້າໝາຍຢ່າງທົ່ວເຖິງ ເຊິ່ງສາມາດເຮັດໃຫ້ອັດຕາ ການຕາຍຂອງແມ່ ແລະ ເດັກຫລຸດລົງໃນທຸກໆປີໄດ້. ເຖິງຢ່າງໃດກໍຕາມ, ການວາງແຜນຄອບຄົວພາຍໃນແຂວງ ຍັງມີອັດຕາທີ່ຕໍ່າ, ແມ່ຍິງຖືພາ ແລະ ເກີດລູກອາຍຸຍັງນ້ອຍ, ການເຂົ້າເຖິງ ກຸ່ມເປົ້າໝາຍໄວໜຸ່ມ ໃນການໃຫ້ຄວາມຮູ້ກ່ຽວກັບ ສຸຂະພາບຈະເລີນພັນ ແລະ ການປ້ອງກັນການຖືພາ ແລະ ກ່ຽວກັບເພດສຶກສາ ຍັງຈັດຕັ້ງປະຕິບັດບໍ່ໄດ້ດີເທົ່າທີ່ຄວນ.
ຕາມບົດລາຍງາຍ ສະຖານະພາບປະຊາກອນໂລກ ປີ 2022 ສະແດງໃຫ້ເຫັນເຖິງຜົນກະທົບ ດ້ານສຸຂະພາບຈະເລີນພັນ ໃນທົ່ວໂລກ ກໍຄື ໃນ ສປປ ລາວ ເຊິ່ງການຖືພາທີ່ບໍ່ຕັ້ງໃຈ ມີເຖິງ 61% ໂດຍຈະຢຸດຕິການຖືພາດ້ວຍການເອົາລູກອອກ, ນັ້ນແມ່ນບັນຫາທີ່ສຳຄັນໜຶ່ງ ທີ່ຕ້ອງໄດ້ເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນ ເຊິ່ງເປັນສິ່ງທ້າທາຍ ທີ່ຈະຕ້ອງຮ່ວມແຮງຮ່ວມໃຈຂ້າມຜ່ານ ເພື່ອໃຫ້ບັນລຸການຈັດຕັ້ງ ປະຕິບັດແຜນດໍາເນີນງານ ວ່າດ້ວຍປະຊາກອນ ແລະ ການພັດທະນາ(ICPD) ແລະ ວາລະການພັດທະນາແບບຍືນຍົງ ຮອດປີ 2030 ໂດຍສະເພາະ 3 ເປົ້າໝາຍຂອງການປ່ຽນແປງທີ່ສໍາຄັນ ຄື: ຢຸດ ຕິການຕາຍຂອງແມ່, ຢຸດຕິຄວາມຕ້ອງການ ໃນການວາງແຜນຄອບຄົວ ທີ່ບໍ່ໄດ້ຕອບສະໜອງ ແລະ ລຶບ ລ້າງຄວາມຮຸນແຮງໂດຍອີງໃສ່ເພດ.
ຂ່າວ-ພາບ: ກິດຕາ.
